Skip to content
Privacy & Data Protection

ນະໂຍບາຍຄວາມເປັນສ່ວນຕົວ

ປັບປຸງຫຼ້າສຸດ: 15 ກໍລະກົດ 2026

ບໍລິສັດ ທະນະຊັບລິດຊິງ ແລະ ຟາຍແນນ ຈຳກັດ (“Thanasup”, “ພວກເຮົາ”) ເຄົາລົບຄວາມເປັນສ່ວນຕົວຂອງທ່ານ. ນະໂຍບາຍນີ້ອະທິບາຍຂໍ້ມູນທີ່ເກັບ, ຈຸດປະສົງການໃຊ້, ຜູ້ໃຫ້ບໍລິການພາຍນອກ ແລະສິດຂອງທ່ານ.

1. ຂໍ້ມູນທີ່ພວກເຮົາເກັບ

  • ຊື່ ແລະນາມສະກຸນ, ເບີໂທ ແລະ WhatsApp.
  • ທີ່ຢູ່ປັດຈຸບັນ ແລະອາຊີບ.
  • ຂໍ້ມູນລົດ, ຈຳນວນເງິນທີ່ຕ້ອງການ ແລະເວລາທີ່ສະດວກໃຫ້ຕິດຕໍ່.
  • ຂໍ້ຄວາມ ຫຼືລາຍລະອຽດອື່ນທີ່ທ່ານສົ່ງໃຫ້ໂດຍສະໝັກໃຈ.

2. ຈຸດປະສົງການໃຊ້ຂໍ້ມູນ

  • ຮັບ ແລະປະເມີນຄຳຂໍປຶກສາ ຫຼືຄຳຂໍສິນເຊື່ອເບື້ອງຕົ້ນ.
  • ຕິດຕໍ່ກັບທ່ານ ແລະຕອບຄຳຖາມກຽ່ວກັບບໍລິການ.
  • ຮັກສາຄວາມປອດໄພ, ປ້ອງກັນການສົ່ງຂໍ້ມູນທີ່ບໍ່ເໝາະສົມ ແລະປະຕິບັດຕາມພັນທະທາງກົດໝາຍ.

3. ຜູ້ໃຫ້ບໍລິການພາຍນອກ

ແບບຟອມສະໝັກສິນເຊື່ອໃຊ້ Google Forms. ເມື່ອທ່ານກົດສົ່ງ, ຂໍ້ມູນຈະຖືກສົ່ງໄປຫາ Google ຜ່ານ HTTPS ແລະອາດຖືກປະມວນຜົນຕາມນະໂຍບາຍຂອງ Google. ລິ້ງ Facebook ແລະ WhatsApp ຈະສົ່ງທ່ານໄປຫາບໍລິການນັ້ນເມື່ອທ່ານເລືອກກົດ.

4. ການເກັບຮັກສາ ແລະຄວາມປອດໄພ

ພວກເຮົາເກັບຂໍ້ມູນເທົ່າທີ່ຈຳເປັນສຳລັບຈຸດປະສົງຂ້າງເທິງ ຫຼືຕາມທີ່ກົດໝາຍກຳນົດ. ພວກເຮົາໃຊ້ມາດຕະການດ້ານອົງກອນ ແລະເຕັກນິກຕາມຄວາມເໝາະສົມ, ແຕ່ບໍ່ມີການສົ່ງ ຫຼືການເກັບຂໍ້ມູນໃດທີ່ຮັບປະກັນຄວາມປອດໄພໄດ້ 100%.

5. ສິດ ແລະການຕິດຕໍ່

ທ່ານສາມາດສອບຖາມ, ຂໍເຂົ້າເຖິງ, ຂໍແກ້ໄຂ ຫຼືຂໍລຶບຂໍ້ມູນຂອງທ່ານ, ພາຍໃຕ້ຂໍ້ຈຳກັດທີ່ກົດໝາຍກຳນົດ, ໂດຍຕິດຕໍ່:

ບໍລິສັດ ທະນະຊັບລິດຊິງ ແລະ ຟາຍແນນ ຈຳກັດ
ເລກທີ່ 488, ໜ່ວຍ 21, ບ້ານໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: (+856 21) 737 979
Email: recruitment@thanasupleasing.com

6. ການປັບປຸງນະໂຍບາຍ

ຫາກມີການປຽ່ນແປງສຳຄັນ ພວກເຮົາຈະປັບປຸງວັນທີໃນໜ້ານີ້. ຄວນກວດເບິ່ງນະໂຍບາຍນີ້ເປັນໄລຍະ.

ໂທ WhatsApp Facebook