Skip to content

ກິດຈະກຳ

ບໍລິສັດ ທະນະຊັບ ໄດ້ຈັດກິດຈະກຳຕ່າງໆ ເພື່ອສົງເສີມຄວາມສາມັກຄີ ແລະ ການມີສ່ວນຮ່ວມໃນສັງຄົມ.

ຮູບກິດຈະກຳ

10 ມິຖຸນາ 2026

ບໍລິສັດທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ຂໍເປັນສ່ວນໜຶ່ງໃນການສົ່ງເສີມການສຶກສາ ໂດຍໄດ້ມອບເງິນສະໜັບສະໜູນຈຳນວນ 13,250,000 ກີບ ໃຫ້ແກ່ ໂຮງຮຽນປະຖົມບ້ານໜອງໜ່ຽງ ເພື່ອຮ່ວມພັດທະນາສະພາບແວດລ້ອມທາງການສຶກສາ ແລະ ສ້າງໂອກາດໃຫ້ແກ່ນັກຮຽນໃນຊຸມຊົນ.

ຮູບກິດຈະກຳ

11 ເມສາ 2026

ເກັບຕົກປີໃໝ່ລາວ ງານກິນລຽ້ງປີໃໝ່ລາວ 2026 ຂອງສາມບໍລິສັດຮ່ວມສະເຫຼີມສະຫຼອງຢ່າງອົບອຸ່ນ: ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຊັບໝັ້ນຄົງ ຈໍາກັດ ຮ້ານ ເນກເກັດ ເອສເປຣສໂຊ ເຈຊີວ໋ອກ ພະນັກງານພາກັນມ່ວນຊື່ນ ພ້ອມກັບສຽງອວຍພອນໃນມື້ບຸນປີໃໝ່

ຮູບກິດຈະກຳ

27 ທັນວາ 2025

ບັນຍາກາດງານລຽ້ງສົ່ງທ້າຍປີ 2025 ແລະ ຕ້ອນຮັບປີໃໝ່ 2026 🎉 ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ ຮ້ານ ເນກເກັດ ເອສເປຣສໂຊ ເຈຊີວ໋ອກ ກິລາສີ ຮ່ວມບັນທຶກຊ່ວງເວລາແຫ່ງຄວາມສຸກ ຄວາມມ່ວນຊື່ນ ແລະ ຄວາມປະທັບໃຈ ພ້ອມທັງເສີມສ້າງຄວາມສາມັກຄີ ຄວາມຮັກແພງ ແລະ ສາຍສໍາພັນອັນດີພາຍໃນອົງກອນ...

ຮູບກິດຈະກຳ

20 ກັນຍາ 2025

ບໍລິສັດ ທະນະຊັບ ລີດຊິງ ແອນ ຟາຍແນນ ຈໍາກັດ ພ້ອມດ້ວຍພະນັກງານ ຂອງບໍລິສັດ ທະນະຊັບ ໃນວັນທີ 20 ກັນຍາ 2025 ໄດ້ເຂົ້າຮ່ວມກິດຈະກໍາມອບຄວາມຊ່ວຍເຫຼືອໃຫ້ແກ່ “ໂຮງຮຽນຄົນພິການທາງການເບິ່ງເຫັນ” ໂດຍມີການສ້ອມແປງຫ້ອງນໍ້າ ແລະ ຮາງລິນ, ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖຸປັດໃຈຈໍາເປັນ ເພື່ອຊ່ວຍໃນການດໍາລົງຊີວິດປະຈໍາວັນ. ນອກຈາກນັ້ນ ບໍລິສັດຍັງໄດ້ຈັດອາຫານກາງວັນໃຫ້ແກ່ນ້ອງໆນັກຮຽນ ເພື່ອສ້າງຄວາມອົບອຸ່ນ ແລະ ສົ່ງກຳລັງໃຈໃນການຮຽນຮູ້.

ຮູບກິດຈະກຳ

11 ເມສາ 2025

ເກັບຕົກປີໃໝ່ລາວ ງານກິນລຽ້ງປີໃໝ່ລາວ 2025 ຂອງສາມບໍລິສັດຮ່ວມສະເຫຼີມສະຫຼອງຢ່າງອົບອຸ່ນ: ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຊັບໝັ້ນຄົງ ຈໍາກັດ ຮ້ານ ເນກເກັດ ເອສເປຣສໂຊ ເຈຊີວ໋ອກ ພະນັກງານພາກັນມ່ວນຊື່ນ ພ້ອມກັບສຽງອວຍພອນໃນມື້ບຸນປີໃໝ່

ຮູບກິດຈະກຳ

28 ທັນວາ 2024

ບັນຍາກາດງານລຽ້ງສົ່ງທ້າຍປີ 2024 - ຕ້ອນຮັບປີໃໝ່ 2025 ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ພ້ອມກັບກິດຈະກໍາ ກິລາສີ ບັນທຶກຊ່ວງເວລາສຸກສັນ ແລະປະທັບໃຈ ສ້າງຄວາມສາມັກຄີ ແລະ ຮັກແພງໃນຄອບຄົວທະນະຊັບ

ຮູບກິດຈະກຳ

24 ສິງຫາ 2024

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ເປັນສ່ວນໜຶ່ງໃນການ ທະຫວາຍເພນ ແລະ ມອບທືນການສຶກສາໃຫ້ແກ່ສໍາມະເນນ ທີ່ວັດ ດົງສະຫວາດ ເທບພະນາຣີ ບ້ານດົງສະຫວາດ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຈັດຂຶ້ນໃນວັນເສົາ, ທີ່ 24 ເດືອນ 8 ປີ 2024. ບໍລິສັດຂອງພວກເຮົາໄດ້ເຂົ້າຮ່ວມກິດຈະກໍາທີ່ເຕັມໄປດ້ວຍຄວາມເປັນສິລິມຸນ ເພື່ອຊ່ວຍສົ່ງເສີມຄວາມຮຸ່ງເຮືອງທາງທັງສຶກສາ ແລະທາງທໍາມະຄຸນ. ຂໍອະນຸໂມທະນາສາທຸ! ຂໍໃຫ້ບຸນອັນປະເສີດນີ້ ເກີດແກ່ທຸກທ່ານ ໃຫ້ມີຄວາມສຸກ ສົມຫວັງ ແລະ ຄວາມສະບາຍໃຈທີ່ດີເລື້ອຍໄປ.

ຮູບກິດຈະກຳ

07 ເມສາ 2024

ງານລຽ້ງປີໃໝ່ລາວ 2024 ຂອງ ບໍລິສັດ ທະນະຊັບ ລິດຊິງ & ຟາຍແນນ ຂອບໃຈພະນັກງານທຸກຄົນທີ່ໄດ້ຮ່ວມສ້າງບັນຍາກາດທີ່ອົບອຸ່ນ ແລະ ມີຄວາມສຸກໃນງານລຽ້ງປີໃໝ່ 2023! ຂອບໃຈທຸກຄວາມພະຍາຍາມ ແລະ ການຮ່ວມໃຈກັນຂອງທີມງານທຸກຄົນ ເພື່ອສູ່ຄວາມສໍາເລັດໃນທຸກດ້ານ

ຮູບກິດຈະກຳ

30 ທັນວາ 2023

ບໍລິສັດ ທະນະຊັບ ລິດຊິ່ງ ແອນ ຟາຍແນນ ຈຳກັດ ຂໍຂອບໃຈທຸກທ່ານທີ່ໄດ້ເຂົ້າຮ່ວມກິດຈະກຳ Happy New Year 2024. ກິດຈະກຳນີ້ແມ່ນໂອກາດສຳຄັນໃນການສ້າງສາຍພົວພັນອັນດີລະຫວ່າງພະນັກງານ ແລະ ຜູ້ບໍລິຫານ, ພ້ອມທັງໄດ້ຮ່ວມສະຫຼອງ ປີໃໝ່ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຊື່ນບານ ແລະ ຄວາມອົບອຸ່ນ.

ຮູບກິດຈະກຳ

09 ກັນຍາ 2023

ບໍລິສັດ ທະນະຊັບ ລິດຊິງແອນຟາຍແນນ ຂໍເປັນສ່ວນໝື່ງໃນການ ເຮັດບຸນຢູ່ວັດສ້າງໃຫມ່ ວັດສີບຸນເຮືອງ ໄຊຍະຣາມນາງົວ ບ້ານໄຮ່ຄໍາ , ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນໃນວັນດີ ວັນທີ 9 ເດືອນ 9 ປີ 2023 ພວກຂ້າພະເຈົ້າໄດ້ທະຫວາຍ ປັດໃຈ ແລະ ວັນສຸທານ ເຂົ້າຮ່ວມໃນການສ້າງສາລາວັດ ຂໍອະນຸໂມທະນາສາທຸ ບຸນອັນປະເສີດຈົ່ງເກີດແດ່ທຸກໆທ່ານ.

ຮູບກິດຈະກຳ

08 ມາສາ 2023

ງານລຽ້ງປີໃໝ່ລາວ 2023 ຂອງ ບໍລິສັດ ທະນະຊັບ ລິດຊິງ & ຟາຍແນນ ຂອບໃຈພະນັກງານທຸກຄົນທີ່ໄດ້ຮ່ວມສ້າງບັນຍາກາດທີ່ອົບອຸ່ນ ແລະ ມີຄວາມສຸກໃນງານລຽ້ງປີໃໝ່ 2023! ຂອບໃຈທຸກຄວາມພະຍາຍາມ ແລະ ການຮ່ວມໃຈກັນຂອງທີມງານທຸກຄົນ ເພື່ອສູ່ຄວາມສໍາເລັດໃນທຸກດ້ານ

ຮູບກິດຈະກຳ

30 ທັນວາ 2022

ບໍລິສັດ ທະນະຊັບ ລິດຊິ່ງ ແອນ ຟາຍແນນ ຈຳກັດ ຂໍຂອບໃຈທຸກທ່ານທີ່ໄດ້ເຂົ້າຮ່ວມກິດຈະກຳ Happy New Year 2023. ກິດຈະກຳນີ້ແມ່ນໂອກາດສຳຄັນໃນການສ້າງສາຍພົວພັນອັນດີລະຫວ່າງພະນັກງານ ແລະ ຜູ້ບໍລິຫານ, ພ້ອມທັງໄດ້ຮ່ວມສະຫຼອງປີໃໝ່ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຊື່ນບານ ແລະ ຄວາມອົບອຸ່ນ.

ຮູບກິດຈະກຳ

24 ມີນາ 2022

ໃນວັນທີ 24/03/2022, ເນື່ອງໃນໂອກາດມື້ສັນວັນດີ, ບໍລິສັດ ທະນະຊັບ ລິດຊິ່ງ ແອນ ຟາຍແນນ ຈຳກັດ ພ້ອມດ້ວຍ ພະນັກງານທັງໝົດ ໄດ້ຈັດພິທີທຳບຸນເປີດຕຶກໃໝ່ຂອງບໍລິສັດທະນະຊັບ ແລະ ໂຄງການ JC Walk.

ຮູບກິດຈະກຳ

13 ກໍລະກົດ 2019

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນຈຳກັດ ພ້ອມດ້ວຍພະນັກງານທັງໝົດໄດ້ຈັດພິທີທຳບຸນທະຫວາຍເພັນໃຫ້ແກ່ພຣະສົງ ທີ່ວັດ ໂຊກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບໍລິສັດຍັງໄດ້ບໍລິຈາກເງິນເພື່ອສົມທົບທຶນເຂົ້າໃນການກໍ່ສ້າງທະພຸດທະຮູບ.

ຮູບກິດຈະກຳ

2 ສິງຫາ 2018

ຈາກໃຈຄອບຄົວທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ, ໄດ້ມອບເຂົ້າສານ ຈໍານວນ 1296 ກິໂລ ຜ່ານຫ້ອງການບ້ານ ຈອມມະນີ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື

ຮູບກິດຈະກຳ

ກໍລະກົດ 2018

ໃນເດືອນ ກໍລະກົດ 2018 ທີ່ຜ່ານມາ, ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ໄດ້ມອບຄອມພິວເຕີ ຈໍານວນ 21 ໜ່ວຍ ໃຫ້ແກ່ 16 ບ້ານ ແລະ ສານປະຊາຊົນ 2 ແຫ່ງ ໃ ນນະຄອນຫຼວງວຽງຈັນ. ເພື່ອເພີ່ມປະສິດຕິພາບໃຫ້ແກ່ວຽກງານໃຫ້ສະດວກສະບາຍຂຶ້ນ.

ຮູບກິດຈະກຳ

28-07-2018

ໃນວັນທີ 28/07/2018 ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພ ນໍ້າຖ້ວມທີ ເມືອງ ສະໜາມໄຊ ແຂວງອັດຕະປື, ໂດຍຜ່ານຈຸດບໍລິຈາກ ຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, (ກູ້ໄພ 1623).

ຮູບກິດຈະກຳ

13-07-2018

ໃນວັນທີ 13/07/2017 ທີ່ຜ່ານມາ ບໍລິສັດທະນາຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ, ໄດ້ເຂົ້າຮ່ວມພິທີການມອບຮັບໃບຍ້ອງຍໍ ທີ່ຫ້ອງປະຊຸມ ທະນາຄານພັດທະນາລາວ. ໃນການສົມທົບທຶນ ສົ່ງເສີມວຽກງານຊາວໜຸ່ມ ກະຊວງປ້ອງກັນປະເທດ ໃນການປະຕິບັດວຽກງານ ພາກສະໜາມ, ໂດຍຜ່ານວຽກງານ ຂອງຄະນະຊາວໜຸ່ມ ທະນາຄານແຫ່ງ ສປປລາວ.

ຮູບກິດຈະກຳ

24 ມີຖຸນາ 2018

ກິດຈະກຳ ພະນັກງານໃນເດືອນ ຜ່ານມາຂອງບໍລິສັດທະນາຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ. ໃນວັນທີ 24/06/2017 ທີ່ຜ່ານມາ ບໍລິສັດໄດ້ຈັດ ການຝຶກອົບຮົມ ສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ແກ່ພະນັກງານ ຊຶ່ງມີວິທະຍາກອນ ຈາກກົມຕໍາຫຼວດ ສະກັດກັ້ນ ແລະ ການຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ມາໃຫ້ຂໍ້ມູນ ແລະ ຝຶກອົບຮົມໃນຄັ້ງນີ້. ການຝຶກອົບຮົມຄັ້ງນີ້ແມ່ນມີການຮຽນຮູ້ທັງ ພາກທິດສະດີ ແລະ ພາກປະຕິບັດ, ຊຶ່ງພະນັກງານທຸກຄົນ ໄດ້ໃຫ້ຄວາມສົນໃຈ ແລະ ກະຕືລືລົ້ນໃນການຮຽນຮູ້ ບໍ່ວ່າຈະເປັນ ການຮຽນຮູ້ກຽ່ວກັບສາຍເຫດຂອງການ ເກີດອັກຄີໄພ, ວັດຖຸຊັກນໍາໄຟ້າ, ອຸປະກອນ ການດັບໄຟ ແລະ ການຫຼີກລຽ້ງຈາກ ການເກີດອັກຄີໄພເປັນຕົ້ນ. ນອກຈາກນັ້ນ ກໍ່ຍັງມີການທົດລອງໃນການດັບເພີງຕົວຈິງອີກດ້ວຍ.

ຮູບກິດຈະກຳ

25/06/2016

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນຈຳກັດ ແລະ ພ້ອມດ້ວຍພະນັກງານທັງໝົດໄດ້ຈັດພິທີຖວາຍເພນໃຫ້ແກ່ພຣະສົງ ວັດບ້ານ ໂນນແສງຈັນ ເມືອງ ໄຊທານີ ນອກນັ້ນທາງ ບໍລິສັດ ແລະ ພະນັກງານຍັງໄດ້ບໍລິຈາກເງິນເພື່ອສົມທົບທຶນເຂົ້າໃນການກໍ່ສ້າງພັດທະສີມາ.

ຮູບກິດຈະກຳ

ເດືອນທັນວາ 2013

ໃນທຸກໆ ທ້າຍປີທາງ ບໍລິສັດ ທະນະຊັບ ໄດ້ມີກິດຈະນຳພາ ພະນັກງານພັກຜ່ອນປະຈຳປີ ທີ່ວັງວຽງ ເພື່ອເປັນການຜ່ອນຄາຍຈາກການເຮັດວຽກໜັກມາໝົດປີ.

ຮູບກິດຈະກຳ

18/11/2013

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ພ້ອມທັງພະນັກງານ ໄດ້ຮ່ວມກັນຈັດພິທີຖວາຍເພນ ໃຫ້ແກ່ ວັດຈອມມະນີ ຢ່າງພ້ອມພຽງ ຮຽງໜ້າເພື່ອເປັນ ສິລິມຸງຄຸນແກ່ ບໍລິສັດກ່ອນ ສົ່ງທ້າຍປີເກົ່າ.

ຮູບກິດຈະກຳ

15/11/2013

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ຮ່ວມຈັດ ໂປຣໂມຊັນ ກັບລົດຈັກ ອິນເດຍ ເຊິ່ງເປັນອີກ ເຄືອຂາຍໜຶ່ງ ຂອງ ບໍລິສັດ ອິນລາວ ອິນເຕີເນເຊິນແນວ.

ຮູບກິດຈະກຳ

28/12/2012

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ໄດ້ຈັດ ພິທີບາສີສູ່ຂວັນ ພ້ອມກັບພະນັກງານທັງໝົດ ຢ່າງພ້ອມພຽງຮຽງໜ້າ ເພື່ອເປັນການຕ້ອນຮັບ ປີໃໝ່ສາກົນ ພ້ອມທັງບັນຍາກາດທີ່ເຕັມໄປ ດ້ວຍຄວາມອົບອຸ່ນມ່ວນຊື່ນ.